ຄິດຮອດສຽງລຳອິນແຕ່ງ-ເຈ ເຈດຕະນາ/คิดฮอดเสียงลำอินแต่ง-เจ เจตนา/อินแต่ง /เพลง 2022
เจตนา ม่วน ເຈດຕະນາ ມ່ວນ Studio เจตนา ม่วน ເຈດຕະນາ ມ່ວນ Studio
11.4K subscribers
9,994 views
92

 Published On Sep 24, 2022

ເພງ: ຄິດຮອດສຽງລຳອິນແຕ່ງ
ແຕ່ງ ແລະ ຮ້ອງໂດຍ: ເຈ ເຈດຕະນາ
ດົນຕຮີ: ທອງໄທ ມິວສິກ
ຫ້ອງອັດ & ມິກສຽງ: ບຸນຫຼາຍ ຊາຍແດນໃຕ້
#ອິນແຕ່ງ
#อินแต่ง
#หมอลำลาว
ເນື້ອເພງ:
ຄິດຮອດສຽງລຳອິນແຕ່ງ
ເນື້ອຮ້ອງ/ທຳນອງ  ເຈດຕະນາ ແດນຈຳປາ


       ຮູ້ຂ່າວ..ເສົ້າແຮງ          ວ່າສາວອິນແຕ່ງຈາກຈອນ
ຄິດຮອດສຽງລຳທຸກກອນ     ຍັງດັງວ່ອນໆ ກ້ອງຢູ່ໃນຫູ
ເຈົ້າຈາກລາໄປ                  ພໍ່ແມ່ຮ້ອງໄຫ້ ອາໄລຫາຢູ່
ຄົນຮັກແພງ ພີ່ນ້ອງໝູ່ຄູ່        ແຟນເພງຮັບຮູ້ ໂສກເສົ້າເສຍໃຈ

     ໝໍລຳ ແດນໃຕ້               ໃຜກໍຮູ້ ຢູ່ເພັດໂພນທອງ
ວັນນີ້ບໍ່ມີ ແລ້ວນ້ອງ               ແຫນມອງເບີ່ງຟ້າ ນ້ຳຕາຊິໄຫຼ
ຄິດຮອດອາດີດ                  ໄປນັ່ງຟັງລຳ ຄອຍສົ່ງແຮງໃຈ
ໝໍລຳເບີໜຶ່ງປະດັບແດນໃຕ້    ເມື່ອເຈົ້າຈາກໄປ ໃຜຊິທົດແທນ

** ອິນແຕ່ງວອນແຟນ           ອ້າຍກິນດອງ ຊອງ..ບໍ່ໃຫ້
ເຊົ້າສອງແລງສາມແຫ່ງມ່ວນຫຼາຍ ເພງນີ້ດັງໄກ ຮອດຕ່າງແດນ
ຜ່ານຊາຍອ້າຍຍັງເອົາ            ທັງມ່ວນທັງເສົ້າ ສຸດສະແນນ
ວັນນີ້ເຈົ້າ ຈາກລາແຟນໆ        ຂໍໃຫ້ໄປລຳ ຢູ່ສະຫວັນເດີ້..ຫຼ້າ

     ຮູ້ຂ່າວເສົ້າໃຈ                  ສາວໝໍລຳໃຕ້ ເຈົ້າຈາກໄປແລ້ວ
ແຟນເພງນ້ອຍໃຫຍ່ຮ້ອງໄຫ້ແຊວໆ ບໍ່ມີວິແວວ ຈະຫວນຄືນມາ
ໃຫ້ເຈົ້າໄປດີ                       ຢ່າໄດ້ຫ່ວງຫຼັງ ໄປເປັນນາງຟ້າ
ຈະຈົດຈຳ ໄວ້ທຸກເວລາ          ນາງເອກດອກຟ້າ..ເພັດໂພນທອງ

                                         ( ຈົບ )

show more

Share/Embed