ຮັກສາວໂພນໂຮງ ຄາຣາໂອເກະ ฮักสาวโพนโฮง คาราโอเกะ karaoke (ວົງດົນຕຣີ ລູກຊາຍຫຼ້າ)
ວົງດົນຕຣີ ລູກຊາຍຫລ້າ ວົງດົນຕຣີ ລູກຊາຍຫລ້າ
946 subscribers
8,180 views
60

 Published On Dec 28, 2023

#karaoke #คาราโอเกะ #เสบสด #ເສບສົດ2024
ເພງ "ຮັກສາວໂພນໂຮງ"
ເນື້ອຮ້ອງ & ທຳນອງ : ຈອມຄຳ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

1) ພຽງຄັ້ງນຶ່ງ ທີ່ຂ້າໄດ້ເຫັນ
ສົນໃຈບໍ່ເວັ້ນ ໄດ້ເຫັນສາວເມືອງໂພນໂຮງ
ນ້ອງງາມໂສພາ ຄົງສ້າງບຸນມາຈຶ່ງນຳຍູ້ສົ່ງ
ຖ້າປຽບນ້ອງແລ້ວດັ່ງຫົງ ນາງງາມສູງສົ່ງວົງພັກໜ້າຊົມ

2) ພຽງຄັ້ງນຶ່ງ ທີ່ຂ້າໄດ້ໄປ
ຊາບຊຶ້ງຕຣຶງໃຈ ຣຶທັຍຂອງຂ້າຊື່ນຊົມ
ຢາກຈະມາຢູ່ ຢາກເປັນເນື້ອຄູ່ຊື່ນຊູພິຣົມ
ບຸນອ້າຍສ້າງມາບໍ່ສົມ ຈຶ່ງຫຼົງໂງ່ງົມພຽງນ້ອງຄົນງາມ

• ໂອ້... ນໍ້າໃຈສາວເມືອງໂພນໂຮງ
ແສນງາມເລີດແລ້ວສູງສົ່ງ ອົງອາດພ້ອມວັທນະທັມ
ນ້ອງສ້າງບຸນມາ ທຳຜລາກຸສົນມາກລໍ້າ
ຊາດນີ້ນ້ອງຈຶ່ງງາມຂຳ ສວຍເລີດລໍ້າຍິງກວ່າຈັນທຣາ

3) ພຽງຄັ້ງນຶ່ງ ບໍ່ຂໍລືມຫຼົງ
ຄິດວ່າອ້າຍຄົງ ໄດ້ຮັບຄວາມຮັກກະຣຸນາ
ຫາກນ້ອງປຣານີ ບໍ່ຂໍໜ່າຍໜີຮັກນ້ອງເທົ່າຟ້າ
ຈະເຊີດຊູບູຊາ ຖ້ານ້ອງແກ້ວຕາຮັກຂ້າເຖີດເອີຍ...

show more

Share/Embed