ອົກຮັກບອກເມຍບໍ່ໄດ້ ຄຳຫລ້າ ກ້ອນຄຳ/อกหักบอดเมยบใด้ คำหล้ากอ่นคำ
Bounthong PSP Bounthong PSP
7.87K subscribers
7,949 views
49

 Published On Apr 25, 2024

ເພງ: ອົກຮັກບອກເມຍບໍ່ໄດ້
ຮ້ອງໂດຍ: ຄຳຫລ້າ ກ້ອນຄຳ
ຕົ້ນສະບັບ: ສີລາ ເພັດບ້ານໃໝ່
ແຕ່ງໂດຍ: ຊາຍສະຫວັນ ລຳເຊ
ດົນຕຣີ: ຂັນທະເນດ ທຳມະວົງສາ
ອັດມີຊ: ໂຊກໄຊ ໂຊກອຳນວຍ
ຖ່າຍທຳຕັດຕໍ່: ມະຫາສານ ມີເດ່ຍ

ຈັ່ງແມ່ນມັນຄັກ ອົກຮັກບອກເມຍບໍ່ໄດ້
ຊິເຮັດຈັງໃດ ທຳໃຈມາແລ້ວຫລາຍວັນ
ຄິດຫຍັງບໍ່ອອກ ຊິບອກເມຍກະຢ້ານຄືກັນ
ວ່າເຮົາອົກຮັກມານັ້ນ ຢ້ານຖືກພ້າຟັນເລືອດໄຫລອາບຫົວ

ຟ້າວໂທຫາໝູ່ ຫລາຍສາຍບໍ່ມີສັນຍານ
ຊິປຶກສາຄົນຂ້າງບ້ານ ກະຢ້ານຄວາມລັບມັນຮົ່ວ
ຢ້ານເຂົາຊ່າລື ວ່າເຮົາໄປຫາເຮັດຊົ່ວ
ຄິດມາແລ້ວມັນເຈັບຫົວ ເມົາມົວເກີດສົນລະວົນ

ສົມມຸດບອກເມຍ ວ່າເຮົາເສຍໃຈແຮງຫລາຍ
ຄວາມຈິງເປັນສິ່ງບໍ່ຕາຍ ແຕ່ຖ້າບອກໄປກະຕາຍທຸກຄົນ
ຄັນເມຍປອບໃຈ ກະພໍໄຄຢູ່ເດີຫນ້າມົນ
ຢ້ານແຕ່ແລ່ນໜີບໍ່ພົ້ນ ຢ້ານຈັບພ້ານັ້ນມາໄລ່ຟັນ

ຄິດແລ້ວໃຈສັ່ນ ຊິເຮັດຈັງໃດກັນນີ້
ອົກຮັກມັນເປັນຈັງຊີ້ ໃຜມີວິທີຊ່ວຍມາບອກກັນ
ບອກເມຍບໍ່ໄດ້ ຢ້ານບັນໄລຄິດແລ້ວຂາສັ່ນ
ຢ້ານເມຍຂໍເລີກລາກັນ ສຸດທ້າຍເຮົານັ້ນບໍ່ໄດ້ຈັກຄົນ

ເພື່ອເປັນການ ສືບສານ ສິນລະປະວັດທະນາທຳລາວ ທາງຊ່ອງ ຢູທູບ Bounthong PSP
(ບຸນທົງ ພີ ເອັສ ພີ) ຈຶ່ງໄດ້ ລວມຜົນງານຂອງສິນລິປິນລາວ ບັນດາເຜົ່າ ເພື່ອສົ່ງເສີມ ແລະ ໂປຣໂໝດໂຄສະນາ ຜ່ານໂຊຊ້ຽວ ສາທາລະນະຊົນ ໃຫ້ທຸກທ່ານໄດ້ເຂົ້າເຖິງ ແລະຮັບຊົມຜົນງານ ຂອງພວກເຮົາ ຝາກເປັນກຳລັງໃຈ ໃຫ້ພວກເຮົາ ເພື່ອຜະລິດຜົນງານ ອອກສູ່ຊຸມຊົນ ດ້ວຍການ ກົດໄລ້ຄ ຕິດຕາມພວກເຮົາດ້ວຍ ຂອບໃຈ

show more

Share/Embed