Black Eyes - Sia Sa La ( ເສຍສະຫຼະ ) - [OFFICIAL MUSIC VIDEO]
Indee Laos Indee Laos
211K subscribers
430,367 views
5.3K

 Published On Jun 30, 2015

ເປັນເພງທີ່ອົບອຸ່ນ ແລະ ເຕັມໄປດ້ວຍ ຄວາມຮັກທີ່ບໍລິສຸດ ກັບ ຜົນງານເພງ '' ເສຍສະຫຼະ '' ເພງໃໝ່ຂອງ ວົງ BlackEyes

ເນື້ອເພງ : ເສຍສະຫຼະ - sia sa la

ສຸດທາງ ຂ້ອຍພາເຈົ້າມາໄດ້ພຽງເທົ່ານີ້
ຂໍໂທດທີ ຂ້ອຍຈຳເປັນ ຕ້ອງໄດ້ປ່ອຍໄປ
ສຸດຝັນ ເຮົາບໍ່ອາດທີ່ ຈະໄປດ້ວຍກັນ
ຕ້ອງມີຈັກວັນ ເຈົ້າຈະໄປເຖິງຈຸດນັ້ນເອງ

*ຂ້ອຍຂໍພຽງ ຢືນເບິ່ງ ເຈົ້າຢູ່ ທີ່ໄກ ລັບຕາ
ເພາະວ່າມັນ ເປັນສິ່ງສຸດທ້າຍ ທີ່ຂ້ອຍຈະເຮັດໄດ້
ເພື່ອຄວາມສຸກ ແລະທຸກຢ່າງ ເພື່ອທາງທີ່ເຈົ້າ ຈະກ້າວໄປ
ແຕ່ຖ້າຍັງມີຂ້ອຍຢູ່ ເຈົ້າອາດຈະໄປບໍ່ເຖິງ
*ຄວາມຝັນ ທີ່ສວຍງາມ
ຕາມຄວາມຫວັງ ທີ່ຢູ່ອີກບໍ່ໄກ
ຖ້າຄວາມຮັກຕ້ອງເສຍສະຫຼະ
ມັນຄົງບໍ່ຍາກ ຖ້າພຽງຂ້ອຍໜີໄປ
ແຕ່ເພື່ອແລກກັບຄວາມສຸກ
ທີ່ເຈົ້າຈະໄດ້ຮັບ ຂ້ອຍຍອມ

ສຸດທ້າຍ ປາຍທາງທີ່ເຫຼືອ ຫຼືຕໍ່ຈາກນີ້
ກໍ່ຂໍໃຫ້ໂຊກດີ ກັບຊີວິດທີ່ຍັງອີກກວ້າງໄກ
ໃຫ້ຮັກ ສອງເຮົາຈົບລົງ ທີ່ຄວາມເຂົ້າໃຈ
ແລະຂ້ອຍກໍ່ໝັ້ນໃຈ ເຈົ້າຕ້ອງເຈີຄົນທີ່ດີກວ່າ

*ຂ້ອຍຂໍພຽງ ຢືນເບິ່ງ ເຈົ້າຢູ່ ທີ່ໄກ ລັບຕາ
ເພາະວ່າມັນ ເປັນສິ່ງສຸດທ້າຍ ທີ່ຂ້ອຍຈະເຮັດໄດ້
ເພື່ອຄວາມສຸກ ແລະທຸກຢ່າງ ເພື່ອທາງທີ່ເຈົ້າ ຈະກ້າວໄປ
ແຕ່ຖ້າຍັງມີຂ້ອຍຢູ່ ເຈົ້າອາດຈະໄປບໍ່ເຖິງ
*ຄວາມຝັນ ທີ່ສວຍງາມ
ຕາມຄວາມຫວັງ ທີ່ຢູ່ອີກບໍ່ໄກ
ຖ້າຄວາມຮັກຕ້ອງເສຍສະຫຼະ
ມັນຄົງບໍ່ຍາກ ຖ້າພຽງຂ້ອຍໜີໄປ
ແຕ່ເພື່ອແລກກັບຄວາມສຸກ
ທີ່ເຈົ້າຈະໄດ້ຮັບ ຂ້ອຍຍອມ

*ຄວາມຝັນ ທີ່ສວຍງາມ
ຕາມຄວາມຫວັງ ທີ່ຢູ່ອີກບໍ່ໄກ
ຖ້າຄວາມຮັກຕ້ອງເສຍສະຫຼະ
ມັນຄົງບໍ່ຍາກ ຖ້າພຽງຂ້ອຍໜີໄປ
ແຕ່ເພື່ອແລກກັບຄວາມສຸກ
ທີ່ເຈົ້າຈະໄດ້ຮັບ

*ຄວາມຝັນ ທີ່ສວຍງາມ
ຕາມຄວາມຫວັງ ທີ່ຢູ່ອີກບໍ່ໄກ
ຖ້າຄວາມຮັກຕ້ອງເສຍສະຫຼະ
ມັນຄົງບໍ່ຍາກ ຖ້າພຽງຂ້ອຍໜີໄປ
ແຕ່ເພື່ອແລກກັບຄວາມສຸກ
ທີ່ເຈົ້າຈະໄດ້ຮັບ ຂ້ອຍຍອມ

show more

Share/Embed